ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ​ໄດ້​ຮັບ​ຜົນສຳເລັດ​ໃນ​ການ​ພັດທະນາ​ລະບົບ​ຕ້ານ UAV


     ໜັງສືພິມ​ກອງທັບ​ປະຊາຊົນ​ ຫວຽດນາມ ​ລາຍງານ​ວ່າ: Rat ແມ່ນ​ລະບົບ​ປືນ​ຕໍ່ຕ້ານ​ເຄື່ອງ​ບິນ​ບໍ່​ມີ​ຄົນ​ຂັບ (UAV) ລະບົບ​ນີ້​ສາ
ມາດ ​ປະຕິບັດ​ງານ​ໄດ້​ໃນ​ທຸກ​ສະພາບ​ອາກາດບໍ່​ວ່າ​ຈະ​ເປັນກາງ​ຄືນ, ກາງເວັນ ແລະ ທຸກ​ສະໝໍລະພູມ​ການ​ຕໍ່ສູ້ ລະບົບ​ຕໍ່ຕ້ານ​ນີ້​ໄດ້​ຖືກ​ພັດ
ທະນາ​ ໂດຍ​ບໍລິສັດ Ruselec tronics, ເຊິ່ງ​ເປັນ​ສາຂາໜຶ່ງ​ຂອງ​ກຸ່ມ​ບໍລິສັດ ໂຣດ​ເທັກ​ຂອງ ​ຣັດ​ເຊຍ ແລະ ຖືກ​ອອກ​ແບບ​ມາ​ເພື່ອ​ປົກ
​ປ້ອງ​ເປົ້າ​ໝາຍ​ທີ່​ສຳຄັນ​ທັງ​ຄົງ​ທີ່ ແລະ ເຄື່ອນ​ທີ່​ຕໍ່​ກັບ​ການ​ບຸກລຸກ​ໂດຍ UAV ທີ່​ບໍ່​ໄດ້​ຮັບ​ອະນຸຍາດ. ລະບົບ​ນີ້​ໄດ້​ສ້າງ​ຂຶ້ນ​ບົນ​ພື້ນຖານ​ລົດ
ຫຸ້ມ​ເກາະ​ແບບ​ພິເສດ, ຕິດ​ຕັ້ງ​ລະບົບ​ປ້ອງ​ກັນ​ລູກປືນ, ຕິດ​ຕັ້ງ​ອຸປະກອນ​ຕິດຕາມ​ກວດກາ ແລະ ສະກັດ​ກັ້ນ UAV, ລວມ​ທັງ​ເປັນ​ສະຖາ
ນີ​ຣາ​ດາ, ລະບົບ​ຊິ້​ເປົ້າ​ໝາຍ​ແບບ​ອັດຕະໂນມັດ, ລະບົບ​ເລ​ເຊີ​​ພະລັງງານ​ສູງ. ອຸປະກອນ​ທັງ​ໝົດ​ເຫຼົ່າ​ນີ້​ແມ່ນ​ໄດ້​ຮັບ​ການ​ຂັບ​ເຄື່ອນ​ດ້ວຍ​ເຕັກ
ໂນ​ໂລ​ຊີ (AI) ດ້ວຍ​ວິທີ​ການ​ເກັບ​ກຳ​ປະມວນ​ຜົນ ແລະ ສະແດງ​ຂໍ້​ມູນ​ສົ່ງ​ໄປ​ຫາ​ສູນ​ບັນຊາ, ລະບົບ​ກຳນົດ​ເປົ້າ​ໝາຍ ແລະ ສະໜອງ​ໃຫ້​ກັບ
​ໜ່ວຍ​ປະຕິບັດ​ງານ​ດຳເນີນ​ການ​ຕໍ່​ໄປ. ອີງ​ຕາມ​ຜູ້​ຜະລິດ​ລະບຸ​ວ່າ: Rat ສາມາດ​ກວດ​ພົບ UAV ໃນ​ໄລຍະ 4 ກິໂລແມັດ, ສາມາດສະກັດ
ກັ້ນ UAV ເປົ້າ​ໝາຍ​ໃນ​ລັດສະໝີ​ປະມານ 1.5 ກິໂລແມັດ ໂດຍ​ການ​ຂັດຂວາງ​ຕຳແໜ່ງ​ດາວ​ທຽມ ແລະ ຊ່ອງ​ທາງ​ການ​ສື່ສານ​ຂອງ UAV
ພ້ອມ​ທຳລາຍ ​ໂດຍ​ໃຊ້​ລັງສີ​ເລ​ເຊີ​ໂດຍ​ກົງ ​ຈາກ​ປືນ​ອັດຕາ​ໂນ​ມັດ ຂະໜາດ 30 ​ມມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/04/2024